ສະຖາບັນຈັດກອງປະຊຸມແນະນຳການສຶກສາຕໍ່ ໃຫ້ນັກຮຽນຊັ້ນ ມ.7

ຂ່າວສານ28 ກັນຍາ 2026

ຄະນະນຳສະຖາບັນ ໄດ້ລົງແນະນຳຫຼັກສູດ ແລະ ຂັ້ນຕອນການສະໝັກສອບເສັງ ໃຫ້ແກ່ນັກຮຽນໃນນະຄອນຫຼວງວຽງຈັນ.

ກອງປະຊຸມດັ່ງກ່າວ ມີນັກຮຽນ ແລະ ຜູ້ປົກຄອງເຂົ້າຮ່ວມຫຼາຍກວ່າ 500 ຄົນ ເຊິ່ງໄດ້ຮັບຟັງການແນະນຳກ່ຽວກັບສາຂາວິຊາ, ໂອກາດທາງອາຊີບ ແລະ ຂັ້ນຕອນການລົງທະບຽນອອນລາຍ.