ຄຳຖາມທີ່ພົບເລື້ອຍ
ຄຳຕອບສຳລັບຄຳຖາມກ່ຽວກັບການສະໝັກ, ການຊຳລະເງິນ, ການສອບເສັງ ແລະ ການກວດຜົນ
ສະໝັກສອບເສັງໄດ້ແນວໃດ?+
ສ້າງບັນຊີທີ່ໜ້າ "ສະໝັກສອບເສັງ" ແລ້ວກອກແບບຟອມ, ເລືອກສາຂາ ແລະ ອັບໂຫຼດຮູບຖ່າຍ. ຫຼື ມາລົງທະບຽນທີ່ເຄົ້າເຕີຂອງສະຖາບັນ.
ຊຳລະຄ່າສະໝັກແນວໃດ?+
ໂອນເງິນເຂົ້າບັນຊີຂອງສະຖາບັນ (ຫຼື ສະແກນ QR) ແລ້ວອັບໂຫຼດຮູບໃບບິນໃນເມນູ "ຊຳລະຄ່າສະໝັກ". ຫຼື ຊຳລະເປັນເງິນສົດທີ່ເຄົ້າເຕີ.
ເມື່ອໃດຈະໄດ້ບັດເຂົ້າຫ້ອງສອບເສັງ?+
ຫຼັງຈາກເຄົ້າເຕີກວດສອບການຊຳລະ ແລະ ອະນຸມັດໃບສະໝັກແລ້ວ ທ່ານສາມາດພິມບັດໄດ້ທີ່ເມນູ "ບັດເຂົ້າຫ້ອງເສັງ".
ຖ້າສາຂາທີ່ເລືອກເຕັມແລ້ວ?+
ລະບົບຈະພິຈາລະນາທາງເລືອກຖັດໄປໂດຍອັດຕະໂນມັດ. ຖ້າທຸກທາງເລືອກເຕັມ ທ່ານສາມາດເລືອກສາຂາທີ່ຍັງມີບ່ອນຫວ່າງໄດ້ຫຼັງປະກາດຜົນ (ຜູ້ທີ່ມີຄະແນນສູງກວ່າຈະໄດ້ຮັບການພິຈາລະນາກ່ອນ).
ກວດຜົນສອບເສັງແນວໃດ?+
ເຂົ້າໜ້າ "ກວດຜົນສອບເສັງ" ແລ້ວປ້ອນລະຫັດເສັງ ແລະ ວັນເດືອນປີເກີດ.
ບໍ່ພົບຄຳຕອບທີ່ຕ້ອງການ?